ຈຸດປະສົງສຳຄັນຈາກວາລະກອງປະຊຸມຂອງ

 ທ່ານ JOE BIDEN ສຳລັບຊຸມຊົນຂອຊາວອາເມລິກາເຊື້ອສາຍເອເຊຍ ແລະ ຊາວໝູ່ເກາະປະຊີຟິກ

 

ຮອງປະທານາທິບໍດີ ທ່ານ Joe Biden ຮູ້ວ່າຊຸມຊົນຊາວອາເມລິກາເຊື້ອສາຍເອເຊຍ ແລະ ຊາວໝູ່ເກາະປາຊີຟິກ (AAPI) ແມ່ນມີບົດສໍາຄັນໃນປະຫວັດສາດຂອງອາເມລິກາ. ປະເທດເຮົາມີຄວາມສາມາດໃນການດຶງດູດຄົນທີ່ມີຄວາມຕັ້ງໃຈເຮັດວຽກຈາກທຸກວັດ ທະນະທຳ ແລະ ທຸກຊາດເຊິ່ງເຮັດໃຫ້ພວກເຮົາເຂັ້ມແຂງຂື້ນເລື້ອຍໆ. ທ່ານ Joe ໄດ້ຫັນແນວຄວາມຄິດທີ່ກ້າຫານ, ກ້າວໜ້າໄປສູ່ຜົນໄດ້ຮັບທີ່ໜ້າສົນໃຈສຳ ລັບຊຸມຊົນ AAPI ໃນຖານະເປັນຮອງປະທານທິບໍດີ  ແລະ ສະມາຊິກສະພາສູງ. ໃນຖານະທີ່ເປັນຮອງປະທານາທິບໍດີ, ທ່ານ Joe ໄດ້ຢືນຄຽງບ່າຄຽງໄຫລ່ກັບ ປະທານາທິບໍດີ Obama ເພື່ອຮັບຮອງເອົາກົດໝາຍວ່າດ້ວຍການດູແລທີ່ລາຄາຖືກ (Affordable Care Act), ໃຫ້ການປະກັນສຸຂະພາບແກ່ປະຊາຊົນຕື່ມອີກ 20 ລ້ານຄົນ, ໃນນັ້ນມີສອງລ້ານເປັນຊາວ AAPI ໃນເວລາທີ່ ປະທານາທິບໍດີ Obama ແລະ ຮອງປະທານາທິບໍດີ Biden ພົ້ນອອກຈາກຕໍາແໜ່ງ. ລັດຖະບານ Obama-Biden ຍັງໄດ້ສ້າງຕັ້ງຂໍ້ລິເລີ່ມທໍານຽບຂາວກ່ຽວກັບ ຊາວອາເມລິກາເຊື້ອສາຍເອເຊຍ ແລະ ຊາວໝູ່ເກາະປາຊີຟິກເພື່ອປັບປຸງຊີວິດຂອງຊາວ AAPI ໃນສະຫະລັດອາເມລິກາໂດຍຜ່ານແຜນງານຂອງລັດຖະບານກາງ, ການປະສານງານລະຫວ່າງອົງການ ແລະ ການເຜີຍແຜ່ໃຫ້ຜູ້ມີສ່ວນຮ່ວມຂອງ AAPI. ແລະ ທ່ານ Joe ໄດ້ຊ່ວຍໃນການລົງຄະແນນສຽງຈົນເຖິງໃນທີ່ສຸດກໍ່ໄດ້ມີການ ຈ່າຍເງິນຊົດເຊີຍທີ່ລໍຄອຍມາເປັນເວລາດົນນານແກ່ນັກຮົບເກົ່າຟີລິບປິນ - ອາເມລິກາ ຂອງພວກເຮົາໃນສົງຄາມໂລກຄັ້ງທີ່ II.

ທ່ານ Joe ຮູ້ວ່າພວກເຮົາກໍາລັງສູ້ຮົບເພື່ອຈິດວິນຍານຂອງຊາວອາເມລິກາ. ປະເທດຂອງພວກເຮົາຕ້ອງການຄວາມເປັນຜູ້ນຳດ້ານສິນທຳ ແລະ ກຳລັງທີ່ເປັນເອກະພາບ ໃນທຳນຽບຂາວ, ແທນທີ່ຈະແມ່ນການແບ່ງແຍກ, ເພື່ອຕໍ່ສູ້ກັບຄວາມກຽດຊັງ ແລະ ຄວາມບໍ່ຍຸດຕິທຳ. ໃນຖານະເປັນປະທານາທິບໍດີ, ທ່ານ Joe ຈະສືບຕໍ່ຄໍາໝັ້ນສັນຍາຕະຫຼອດຊີວິດ ເພື່ອຮັບປະກັນວ່າສະມາຊິກທຸກຄົນຂອງຊຸມຊົນ AAPI ໄດ້ຮັບການປະຕິບັດຕໍ່ຢ່າງມີກຽດ —ບໍ່ວ່າຈະເປັນເຊື້ອຊາດ ແລະ ຊົນເຜົ່າໃດກໍ່ຕາມ—ແລະ ໄດ້ມີການສະແດງຄວາມເປັນທຳ ຕໍ່ຄວາມຝັນຂອງຊາວອາເມລິກາ. ລາວຈະ:

 

 

ຕອບສະໜອງຄຳຕອບຕໍ່ສຸຂະພາບຂອງປະຊາຊົນ ແລະ ເສດຖະກິດຕໍ່ COVID-19ພວກເຮົາຕ້ອງການການຕອບສະໜອງຕໍ່ສຸຂະພາບຂອງສາທາລະນະທີ່ມີຄວາມຕັດສິນໃຈ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ແລະ ໃຫ້ການປິ່ນປົວ ແກ່ຜູ້ທີ່ມີຄວາມຕ້ອງການ—ພ້ອມທັງການຕອບສະໜອງ ທາງດ້ານເສດຖະກິດທີ່ຊ່ວຍ ໃຫ້ການບັນເທົາທຸກຢ່າງແທ້ຈິງແກ່ພະນັກງານ, ຄອບຄົວ ແລະ ທຸລະກິດຂະໜາດນ້ອຍ AAPI ແລະ ປົກປ້ອງເສດຖະກິດໂດຍລວມ. ທ່ານ Joe ຈະຮັບປະກັນການເຂົ້າເຖິງການດູແລສຸຂະພາບໂດຍການເພີ່ມການທົດສອບ; ຮັບປະກັນການທົດສອບນັ້ນ, ການຮັກສາ ແລະ ຢາວັກຊີນໃນກໍລະນີໃດໜຶ່ງສຳລັບ ພະຍາດ COVID-19 ແມ່ນບໍ່ເສຍຄ່າສໍາລັບທຸກຄົນໂດຍບໍ່ສົນເລື່ອງຂອງການປະກັນໄພ ຫຼື ການເຂົ້າເມືອງ; ການເກັບກຳຂໍ້ມູນດ້ານເຊື້ອຊາດ, ເພດ ແລະ ຊົນເຜົ່າກ່ຽວກັບການທົດ ສອບ ແລະ ການຮັກສາເພື່ອໃຫ້ພວກເຮົາສາມາດກຳນົດ ແລະ ແກ້ໄຂຄວາມແຕກຕ່າງ;  ແລະ ເປີດໄລຍະເວລາລົງທະບຽນ Obamacare ໃໝ່ເພື່ອໃຫ້ຊາວ AAPI ທີ່ຕ້ອງການປະກັນໄພສາມາດໄດ້ຮັບມັນ. 

ລາວຈະປົກປ້ອງພະນັກງານ AAPI ໃຫ້ບໍລິການທີ່ຈໍາເປັນໂດຍໃຫ້ພວກເຂົາມີອຸປະກອນ ປ້ອງກັນທີ່ພວກເຂົາຕ້ອງການເພື່ອຫຼຸດຜ່ອນຄວາມສ່ຽງຂອງພວກເຂົາໃນການຕິດເຊື້ອໄວຣັດ; ຈັດຕັ້ງປະຕິບັດ ແລະ ປະຕິບັດມາດຕະຖານເພື່ອຮັກສາພະນັກງານ AAPI ທຸກຄົນໃຫ້ມີຄວາມປອດໄພໃນແຖວໜ້າ ແລະ ຮັບປະກັນວ່າສິດທິພົນລະເມືອງຂອງ ເຂົາເຈົ້າໃຫ້ໄດ້ຮັບການປົກປ້ອງ ແລະ ການສະໜັບສະໜູນໃນການຈ່າຍເງິນເດືອນ ຂອງຜູ້ອອກແຮງງານ AAPI ທີ່ຈໍາເປັນ. ທ່ານ Joe ຍັງຈະສະຫງວນເຄິ່ງໜຶ່ງຂອງເງິນທຶນໂຄງການປົກປ້ອງການຈ່າຍເງິນເດືອນໃໝ່ ສໍາລັບທຸລະກິດຂະໜາດນ້ອຍທີ່ມີພະນັກງານ 50 ຄົນ ຫຼື ໜ້ອຍກວ່າ, ອະນຸຍາດໃຫ້ກູ້ຢືມ ຫຼາຍກວ່າທີ່ອະນຸຍາດໃຫ້ທຸລະກິດຂະໜາດນ້ອຍທີ່ຕ້ອງການຮັກສາກຳມະກອນ ແລະ ຈ່າຍຄ່າຄົງທີ່ ແລະ ໃຫ້ການຄ້ຳປະກັນວ່າທຸກໆຄຸນວຸດທິທຸລະກິດຂະໜາດນ້ອຍຂອງຊາວ AAPI ຈະໄດ້ຮັບການບັນເທົາທຸກ. ແລະ ລາວຈະຜະລິດກະດານລາຍງານປະຈໍາອາທິດເພື່ອສະແດງໃຫ້ເຫັນທຸລະກິດຂະໜາດ ນ້ອຍທີ່ເຂົ້າເຖິງການກູ້ຢືມ—ເພື່ອຮັບປະກັນວ່າໂຄງການນີ້ຈະບໍ່ໜີອອກຈາກຊຸມຊົນ, ຊົນກຸ່ມນ້ອຍ-ແລະ ແມ່ຍິງ ຫຼື ທຸລະກິດຂະໜາດນ້ອຍສຸດ. ແຜນການ ແປດຈຸດ ຂອງທ່ານ Joe ສໍາລັບການເປີດຄືນໃໝ່ທີ່ເຂັ້ມແຂງກວ່າ, ປອດໄພກວ່າ ແລະ ມີປະສິດທິຜົນຫຼາຍກວ່າເກົ່າເພື່ອແນ່ໃຈວ່າ ພວກເຮົາປົກປ້ອງໄດ້ຊາວອາເມລິກາ ໂດຍສະເພາະແມ່ນຜູ້ທີ່ມີຄວາມສ່ຽງສູງ, ໃນຂະນະ ທີ່ຟື້ນຟູຄວາມໝັ້ນໃຈຂອງຜູ້ບໍລິໂພກ ແລະ ຕັ້ງພື້ນຖານເສດຖະກິດທີ່ເໝາະສົມສຳ ລັບທຸກໆຄົນ. ນັບຕັ້ງແຕ່ມີການລະບາດຂອງ COVID-19, ພວກເຮົາໄດ້ຍິນບົດລາຍງານທີ່ເພີ່ມຂື້ນ ເລື້ອຍໆວ່າຊຸມຊົນຊາວອາເມລິກາເຊື້ອສາຍເອເຊຍໄດ້ຕົກເປັນເປົ້າຂອງຄວາມກຽດຊັງ. ການກະທຳກ່ຽວກັບຄວາມກຽດຊັງເຊື້ອຊາດນີ້ຕ້ອງຢຸດເຊົາ. ພວກເຂົາຢູ່ໃນແຮງກະຕຸ້ນກ່ຽວກັບຄວາມລັງກຽດເນື່ອງຈາກວ່າມັນເປັນສິ່ງງົມງວຍເປັນ ໄພອັນຕະລາຍ. ພວກເຂົາບໍ່ປະຕິບັດເໝືອນພວກເຮົາໃນນາມທີ່່ຢູ່ຮ່ວມປະເທດດຽວກັນ. ບໍ່ມີໃຜຄວນຖືກເປັນເປົ້າໝາຍໃນມຸມມອງທີ່ຂອງພວກເປັນຄື, ບ່ອນທີ່ເປັນບັນພະບຸລຸດ ທີ່ເປັນຈຸດກຳເນີດຂອງພວກເຂົາ ຫຼື ພວກເຂົາແມ່ນໃຜ. ທ່ານ Joe ຈະໃຫ້ການນໍາພາຕາມທີ່ພວກເຮົາຕ້ອງການເພື່ອແກ້ໄຂທຸກໆດ້ານຂອງໂລກ ລະບາດນີ້—ລວມທັງການກະທຳທີ່ມີການຈຳແນກເຊື້ອຊາດທີ່ແນໃສ່ຊາວອາເມລິກາ ເຊື້ອສາຍເອເຊຍ—ດ້ວຍຄວາມຮີບດ່ວນ ແລະ ຈິງຈັງ. 

 

 

ຍົກລະດັບການອອກສຽງຂອງຊາວ AAPI ແລະ ເພີ່ມທະວີການເປັນຕົວແທນຂອງຊາວ AAPI ໃນລັດຖະບານ. 

ລັດຖະບານ Obama-Biden ໄດ້ແຕ່ງຕັ້ງຜູ້ພິພາກສາ AAPI ຫຼາຍກ່ວາ ຄະນະລັດຖະບານກ່ອນໜ້ານີ້ລວມກັນທັງໝົດ ແລະ ຊຸກຍູ້ໃຫ້ຊາວ AAPI ຖື້ກຮັບເຂົ້າໃນຕໍາແໜ່ງພະນັກງານອາວຸໂສ. ທ່ານ Joe ຈະແຕ່ງຕັ້ງ ແລະ ມອບໝາຍໃຫ້ເຈົ້າໜ້າທີ່ລັດຖະບານກາງ ແລະ ຜູ້ພິພາກສາທີ່ມີລັກສະນະຄ້າຍຄືກັນກັບຊາວອາເມລິການທົວໄປ, ລວມທັງຄົນ AAPI. ລາວຈະສ້າງຂໍ້ລິເລີ່ມກ່ຽວລັດຖະບານ Obama-Biden ກ່ຽວກັບຊາວ AAPI ແລະ ຄະນະກຳມະການທີ່ປຶກສາຂອງປະທານາທິບໍດີກ່ຽວກັບຊາວ AAPI ເພື່ອຮັບປະກັນວ່າອົງການລັດຖະບານກາງກໍາລັງພິຈາລະນາເຖິງຊຸມຊົນ AAPI ໃນການອອກແບບ ແລະ ຈັດຕັ້ງປະຕິບັດບັນດາໂຄງການຂອງລັດຖະບານກາງ ແລະ ເຊິງວ່າບັນດາຜູ້ນຳໃນຊຸມຊົນຊາວ AAPI ມີສິດອອກສຽງໃນລັດຖານ Biden. ລາວຍັງຮູ້ວິທີທີ່ຈະນໍາເອົາຜູ້ມີສ່ວນຮ່ວມທີ່ສຳຄັນເຂົ້າມາໂຕະເຈລະຈາງເພື່ອຮັບປະກັນວ່າ ຊຸມຊົນຂອງຜູ້ທີ່ໄດ້ຮັບຜົນກະທົບຈາກນະໂຍບາຍແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງ ຂະບວນການຕັດສິນໃຈ. ລາວກໍ່ຈະເຮັດເຊັ່ນດຽວກັນກັບຊຸມຊົນຊາວຮາວາຍ ແລະ ຊາວໝູ່ເກາະປາຊີຟິກ (NHPI) ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທະຫານເຮືອເກາະປາຊີຟິກ, ສ້າງຕັ້ງຂື້ນໂດຍລັດຖະບານ Obama-Biden.  

 

 

ປົກປ້ອງ ແລະ ສ້າງກົດໝາຍການດູແລລາຄາຖືກ.

 ຊາວເມືອງ AAPI ຫຼາຍຄົນມັກຈະປະເຊີນກັບອຸປະສັກທາງດ້ານພາສາ ແລະ ວັດທະນະທຳ ທີ່ຫຼຸດຜ່ອນການເຂົ້າເຖິງການດູແລສຸຂະພາບ. ທ່ານ Joe ເຊື່ອວ່າຊາວອາເມລິກາທຸກຄົນຄວນໄດ້ຮັບການດູແລສຸຂະພາບທີ່ມີລາຄາຖືກ ແລະ ມີຄຸນນະພາບ ແລະ ລາວຈະປ້ອງກັນການປ້ອງກັນສຸຂະພາບສຳລັບທຸກໆຄົນ. ລາວຈະໃຫ້ຊາວອາເມລິກາມີທາງເລືອກໃໝ່ໃນການຊື້ທາງເລືອກປະກັນໄພສຸຂະພາບ ສາທາລະນະເຊັ່ນ Medicare. ລາວຈະຢືນຫຍັດຕໍ່ການສວຍໃຊ້ອໍານາດໃນທາງທີ່ຜິດໂດຍບໍລິສັດຢາຕາມໃບສັ່ງແພດ. ແລະ ລາວຈະພະຍາຍາມເພີ່ມຂື້ນສອງເທົ່າເພື່ອຮັບປະກັນການບັງຄັບໃຊ້ກົດໝາຍ ສຸຂະພາບຈິດ ແລະ ຂະຫຍາຍແຫຼ່ງທຶນໃຫ້ບໍລິການສຸຂະພາບຈິດ. ທ່ານ Joe ຍັງຈະເພີ່ມການລົງທືນຂອງລັດຖະບານກາງສອງເທົ່າໃນສູນສຸຂະພາບຊຸມຊົນ, ຂະຫຍາຍການເຂົ້າເຖິງການຮັກສາສຸຂະພາບທີ່ມີຄຸນນະພາບສູງສຳລັບປະຊາກອນຊາວ AAPI ທີ່ຕ້ອງການຫຼາຍທີ່ສຸດ. ລາວຈະປັບປຸງການເບິ່ງແຍງດູແລຄົນເຈັບ AAPI ທີ່ມີອາການຊໍາ້ເຮື້ອໂດຍການ ປະສານງານລະຫວ່າງທ່ານໝໍຂອງຄົນເຈັບທັງໝົດ ແລະ ແກ້ໄຂບັນຫາຜູ້ກຳ ນົດສຸຂະພາບໃນສັງຄົມ. ແລະ ທ່ານ Joe ຈະຂະຫຍາຍການເຂົ້າເຖິງການດູແລສຸຂະພາບການຈະເລີນພັນ, ລວມທັງການຄຸມກຳເນີດ ແລະ ປົກປ້ອງສິດທິຕາມລັດຖະທຳມະນູນໃນການເລືອກ. 

 

ລົງທຶນໃສ່ນັກຮຽນ ແລະ ນັກສຶກສາຂອງພວກເຮົາ. 

ມີພໍ່ແມ່ຫຼາຍຄົນໃນຊຸມຊົນ AAPI ບໍ່ສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະ ການຊ່ວຍເຫຼືອ ທີ່ພວກເຂົາຕ້ອງການເພື່ອຮັບປະກັນວ່າລູກຂອງພວກເຂົາຈະປະສົບຜົນສຳເລັດ. ທ່ານ Joe ຈະລົງທຶນໃສ່ເດັກທຸກຄົນຕັ້ງແຕ່ເກີດຮອດຊັ້ນຮຽນ 12, ສະນັ້ນ, ໂດຍບໍ່ສົນເລື່ອງລະຫັດໄປສະນີ, ລາຍໄດ້ຂອງພໍ່ແມ່, ເຊື້ອຊາດ ຫຼື ຄວາມພິການ, ພວກເຂົາກຽມພ້ອມທີ່ຈະປະສົບຜົນສຳເລັດໃນເສດຖະກິດຂອງມື້ອື່ນ. ໃນຖານະທີ່ເປັນປະທານາທິບໍດີ, ທ່ານ Joe ຈະສະໜອງການລົງທຶນໃສ່ໃນເດັກ ການອະນຸບານ, ນັັກຮຽນທຸກຄົນຜູ້ທີ່ມີອາຍຸ ສາມ- ແລະ ສີ່ປີ ຢ່າງມີຄູນນະພາບສູງ. ລາວຈະໃຫ້ເງິນສະໜັບສະໜູນສາມເທົ່າຕົວໂຄງການ Title I, ເຊິ່ງສົ່ງໄປຍັງໂຮງຮຽນ ທີ່ຮັບໃຊ້ເດັກນ້ອຍຈຳນວນຫລວງຫລາຍມາຈາກຄອບຄົວທີ່ມີລາຍໄດ້ຕ່ຳ. ທຶນສະໜັບສະໜູນໃໝ່ນີ້ຈະນຳໃຊ້ເປັນຄັ້ງທຳອິດເພື່ອຮັບປະກັນໃຫ້ບັນດາຄູອາຈານ ທີ່ໃນບັນດາໂຮງຮຽນມີໂຄງການ Title I ໄດ້ຮັບຄ່າຈ້າງທີ່ດີ, ເດັກອາຍຸ ສາມ- ສີ່ປີໄດ້ເຂົ້າເຖິງໂຮງຮຽນກ່ອນໄວຮຽນ ແລະ ເມືອງຕ່າງໆສາມາດເຂົ້າເຖິງວຽກງານ ຫຼັກສູດທີ່ເຄັ່ງຄັດໃນທຸກໂຮງຮຽນຂອງພວກເຂົາ. ລາວຍັງຈະສ້າງໂຮງຮຽນທີ່ດີທີ່ສຸດ ແລະ ມີນະວັດຕະກຳໃໝ່ທີ່ສຸດໃນປະເທດໃນຊຸມຊົນ AAPI ທີ່ບໍ່ມີການເຂົ້າເຖິງໂຮງຮຽນທີ່ມີຄຸນນະພາບ, ຊຸມຊົນສີຜິວ ແລະ ຊຸມຊົນ ທີ່ມີລາຍໄດ້ຕໍາ່; ຂະຫຍາຍຮູບແບບໂຮງຮຽນຊຸມຊົນ, ນຳເອົາການສະໜັບສະໜູນທີ່ຈຳ ເປັນສຳລັບນັກຮຽນ ແລະ ຜູ້ປົກຄອງເຂົ້າໃນໂຮງຮຽນລັດຂອງພວກເຮົາ; ໃຫ້ມີສອງເທົ່າ ຂອງຈຳນວນຜູ້ຊ່ຽວຊານດ້ານສຸຂະພາບຈິດໃນໂຮງຮຽນຂອງພວກເຮົາ ແລະ ປົກປ້ອງ ນັກຮຽນ AAPI ຈາກການຂົ່ມເຫັງ. ລາວຈະປັບປຸງຄູໃຫ້ມີຫລາກຫລາຍຊົນເຜົ່າໂດຍການສະໜັບສະໜູນວິທີການຈູງໃຈໃນການຮັບສະໝັກຄູທີ່ມີຫລາຍຜິວພັນ ແລະ ເຮັດວຽກຮ່ວມກັບສະຖາບັນທີ່ຮັບໃຊ້ຄົນຊົນເຜົ່າ, ລວມທັງສະຖາບັນທີ່ໃຫ້ບໍລິການອາເມລິກາເຊື້ອສາຍເອເຊຍ ແລະ ອາເມລິກາ ພື້ນເມືອງ ເກາະປາຊີຟິກ (AANAPISIs), ເພື່ອຮັບສະໝັກ ແລະ ກະກຽມບັນດາຄູອາຈານ.   

 

 

ສະໜັບສະໜູນການສຶກສານອກເໜືອ ຈາກໂຮງຮຽນມັດທະຍົມຕອນປາຍ

ທ່ານ Joe ຈະເຮັດໃຫ້ວິທະຍາໄລ ແລະ ມະຫາວິທະຍາໄລຂອງລັດບໍ່ເສຍຄ່າຮຽນສຳ ລັບນັກຮຽນ AAPI ທຸກຄົນທີ່ມີລາຍໄດ້ຂອງຄອບຄົວຕໍ່າກວ່າ $125,000. ລາວຍັງຈະສະໜອງວິທະຍາໄລຊຸມຊົນລະບົບສອງປີ ຫຼື ໂຄງການຝຶກອົບຮົມອື່ນໆ ທີ່ມີຄຸນນະພາບສູງໂດຍບໍ່ມີໜີ້ສຳລັບສະມາຊິກຜູ້ທີ່ເຮັດວຽກໜັກຂອງຊຸມຊົນ AAPI ທີ່ກໍາ ລັງຊອກຫາຮຽນຮູ້ ແລະ ຍົກລະດັບທັກສະຂອງເຂົາເຈົ້າໃຫ້ທັນກັບລັກສະນະການ ເຮັດວຽກທີ່ມີການປ່ຽນແປງຕາມທຳມະຊາດ. ລາວຍັງຈະເພີ່ມມູນຄ່າສູງສຸດໃຫ້ເປັນສອງເທົ່າຕົວຂອງການຊ່ວຍເຫລືອລ້າ Pell, ເພີ່ມຈໍານວນ AAPI ຊັ້ນກາງທີ່ສາມາດເຂົ້າຮ່ວມໂຄງການ ແລະ ເພີ່ມມູນຄ່າການຊ່ວຍເຫຼືອສຳ ລັບບຸກຄົນທີ່ມີສິດໄດ້ຮັບສຳລັບ Pell. ແລະ ລາວຈະຫຼຸດລົງເຄິ່ງໜຶ່ງຂອງການຈ່າຍເງິນສຳລັບເງິນກູ້ຢືມຂອງນັກຮຽນ ລະດັບປະລິນຍາຕີໂດຍການເຮັດໃຫ້ງ່າຍດາຍ ແລະ ເພີ່ມຄວາມເອື້ອເຟື້ອເພື່ອແຜ່ ຂອງໂຄງການໃນການຈ່າຍຄືນຂື້ນກັບລາຍຮັບຂອງມື້ນີ້. ນອກຈາກນັ້ນ, ລາວຍັງຈະໃຫ້ອະໄພໜີ້ສິນທັງໝົດຂອງຄ່າຮຽນຂອງນັກສືກສາທີ່ກ່ຽວ ຂ້ອງກັບໜີ້ສິນຂອງນັກສຶກສາຂອງລັດຖະບານກາງຈາກວິທະຍາໄລຂອງລັດໃນລະບົບສອງປີ ແລະ ສີ່ປີສຳລັບຜູ້ຖືໜີ້ທີ່ມີລາຍໄດ້ສູງເຖິງ $125,000, ເຊິ່ງລວມທັງສະຖາບັນທີ່ໃຫ້ບໍລິການສ່ວນບຸກຄົນສ່ວນນ້ອຍ. ນອກນັ້ນທ່ານ Joe ຍັງຈະດໍາເນີນບາດກ້າວໃນການແກ້ໄຂຄວາມແຕກຕ່າງດ້ານການ ເງິນທີ່ປະເຊີນກັບສະຖາບັນທີ່ຮັບໃຊ້ຄົນສ່ວນໜ້ອຍລວມທັງ ບັນດາ AANAPISI ເພື່ອໃຫ້ສະຫະລັດໄດ້ຮັບຜົນປະໂຫຍດຈາກຈຸດແຂງຂອງພວກເຂົາ. 

 

 

ຕໍ່ຕ້ານການອາຊະຍາກຳທີ່ເພີ່ມຂືຶ້ນຈາກຄວາມກຽດຊັງ. 

ຈາກຮ້ານຂາຍເຄື່ອງຍ່ອຍໄປຍັງສະຖານທີ່ເຮັດວຽກໃຫ້ຢູ່ໃນຊຸມຊົນຂອງພວກເຂົາແບບລຽບງາ່ຍ, ມີບັນດາ AAPI ຫຼາຍແຫ່ງ, ລວມທັງ ຊິວ (Sikh), ຫິນດູ ແລະ ຊາວມຸສລິມຊາວອາເມລິກາໄດ້ປະເຊີນໜ້າກັບການຈຳແນກ ແລະ ຄວາມກຽດຊັງຢ່າງຕໍ່ເນື່ອງ, ເຮັດໃຫ້ຄຳເວົ້າຂອງທ່ານ Trump ເປັນອັນຕະລາຍຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ເກີດຄວາມໜ້າກຽດຊັງ. ເມື່ອສິດ ແລະ ເສລີພາບຂອງບາງຄົນຖືກຂົ່ມຂູ່ໂດຍຄວາມກຽດຊັງ, ມັນຈະເປັນໄພຂົ່ມຂູ່ ພວກເຮົາທຸກຄົນ. ລັດຖະບານຂອງທ່ານ Obama-Biden ໄດ້ເພີ່ມ“ ການຕໍ່ຕ້ານ-ຊິວ (Sikh)” ແລະ “ການຕໍ່ຕ້ານ-ຫິນດູ” ເຂົ້າໃນປະເພດການລາຍງານອາຊະຍາກຳຂອງພະແນກຍຸຕິທຳ. ລັດຖະບານຍັງໄດ້ສະໜອງຊັບພະຍາກອນ ແລະ ເຮັດວຽກກັບຜູ້ນຳທ້ອງຖິ່ນເພື່ອຕ້ານ ການຂົ່ມເຫັງທີ່ຕັ້ງເປົ້າໃສ່ຊຸມຊົນ AAPI. ທ່ານ Joe ເວົ້າຈະແຈ້ງວ່າຄວາມກຽດຊັງບໍ່ມີທີ່ຫລົບໄພຢູ່ໃນປະເທດນີ້. ແລະ ພະແນກຍຸຕິທໍາຂອງລາວຈະໃຫ້ບຸລິມະສິດໃນການດຳເນີນຄະດີອາຍາຕໍ່ຄວາມ ກຽດຊັງ.   

 

 

ຢຸດຕິການແຜ່ລາມຂອງການໃຊ້ຄວາມຮຸນແຮງຈາກປືນຂອງພວກເຮົາ 

ທ່ານ Joe ໄດ້ເຂົ້າສະມາຄົມຍິງປືນແຫ່ງຊາດ (National Rifle Association, NRA) ໃນເວທີລະດັບຊາດ ແລະ ໄດ້ຮັບໄຊຊະນະສອງຄັ້ງ. ໃນຖານະເປັນປະທານາທິບໍດີ, ທ່ານຈະເອົາຊະນະ NRA ເທື່ອໜຶ່ງ. ທ່ານ Joe ຈະປະຕິບັດນະໂຍບາຍຄວາມປອດໄພຂອງປືນຕາມລັດທະທຳມະນູນ. ລາວຈະປົກປ້ອງຄອບຄົວ, ໂຮງຮຽນ ແລະ ຊຸມຊົນຂອງພວກເຮົາ, ໂດຍຖືວ່າຜູ້ຜະລິດປືນ ຄວນເປັນຜູ້ຮັບຜິດຊອບ; ເອົາອາວຸດສົງຄາມອອກຈາກຖະໜົນຂອງພວກເຮົາ, ລວມທັງການຫ້າມການຜະລິດ ແລະ ການຂາຍອາວຸດໂຈມຕີ ແລະ ຕັບລູກປືນມີ ຄວາມສາມາດສູງ ແລະ ຮັກສາປືນອອກຈາກມືທີ່ເປັນອັນຕະລາຍ, ລວມທັງການຮຽກຮ້ອງໃຫ້ມີການກວດສອບພື້ນຫລັງສຳລັບການຂາຍປືນທັງໝົດ ແລະ ປິດຊ່ອງຫວ່າງໃນລະບົບກວດກາພື້ນຫລັງຂອງລັດຖະບານກາງ.

 

 

ປົກປ້ອງໂລກຂອງພວກເຮົາຕໍ່ກັບການປ່ຽນແປງດິນຟ້າອາກາດ. 

ວິກິດການດ້ານສະພາບອາກາດຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊຸມຊົນ AAPI, ໂດຍສະເພາະຊຸມຊົນ NHPI. ເກາະດອນຈໍານວນໜຶ່ງອາດຈະບໍ່ອາໄສຢູ່ໄດ້ອີກໃນປີ 2030 ຫາກບໍ່ມີການລົງມື ກະທຳໃດໆໃນທັນທີ. ນອກຈາກນັ້ນ, ສອງລັດທີ່ມີເປີເຊັນສູງສຸດຂອງບັນດາຊຸນຊົນ AAPI - Hawaii ແລະ California ແມ່ນ—ຍັງມີຄວາມສ່ຽງຕໍ່ຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ. ທ່ານ Joe ໄດ້ເຂົ້າໃຈມາດົນນານເຖິງການປ່ຽນແປງຂອງດິນຟ້າອາກາດທີ່ໃຫຍ່ຫຼວງ ແລະ ພວກເຮົາມີຄວາມຈຳເປັນດ້ານສິນທຳ ແລະ ເສດຖະກິດເພື່ອແກ້ໄຂບັນຫາດັ່ງກ່າວ. ແຜນການຂອງທ່ານ Joe ຈະແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ມົນລະພິດເພື່ອປົກປ້ອງຊຸມຊົນຂອງພວກເຮົາ. ລາວຈະເຂົ້າຮ່ວມສັນຍາປາຣີຄືນໃໝ່ໃນມື້ໜຶ່ງ ແລະ ຫຼັງຈາກນັ້ນຈະເຕົ້າໂຮມບັນດາ ປະເທດທົ່ວໂລກເພື່ອຕອບໂຕ້ຄຳໝັ້ນສັນຍາດິນຟ້າອາກາດຂອງພວກເຂົາ. ຢູ່ເຮືອນ, ລາວຈະຮັບປະກັນວ່າຊຸມຊົນທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງ ດິນຟ້າອາກາດ ແລະ ມົນລະພິດແມ່ນຜູ້ທຳອິດທີ່ໄດ້ຮັບຜົນປະໂຫຍດຈາກການ ປະຕິວັດເສດຖະກິດທີ່ສະອາດຂອງລາວ. ລາວຈະຊຸກຍູ້ໃຫ້ສະຫະລັດບັນລຸເສດຖະກິດພະລັງງານສະອາດ 100 ເປີເຊັນ ແລະ ບັນລຸການປ່ອຍອາຍພິດໃຫ້ເປັນສູນບໍ່ໃຫ້ກາຍປີ 2050. ແຜນການຂອງທ່ານ Joe ຈະສ້າງວຽກເຮັດງານທຳທີ່ມີລາຍໄດ້ດີໃຫ້ໄດ້ 10 ລ້ານຄົນໃນສະຫະລັດ ແລະ ມີຄວາມຮັບຜິດຊອບຕໍ່ຜູ້ກໍ່ມົນລະຜິດ. ລາວຈະພະຍາຍາມເພື່ອຮັບປະກັນວ່າສະມາຊິກທຸກຄົນຂອງຊຸມຊົນ AAPI ສາມາດເຂົ້າເຖິງນໍ້າດື່ມທີ່ສະອາດ, ອາກາດທີ່ສະອາດ ແລະ ສະພາບແວດລ້ອມ ທີ່ບໍ່ມີມົນລະພິດ. ແລະ ເງິນໂດລາທຸກໆໃບທີ່ໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຈະຖືກນຳ ໃຊ້ເພື່ອປ້ອງກັນ, ຫຼຸດຜ່ອນ ແລະ ຕ້ານທານກັບສະພາບດິນຟ້າອາກາດທີ່ປ່ຽນແປງ. 

 

 

ຮັກສາຄ່ານິຍົມຂອງພວກເຮົາໃນຖານະເປັນປະເທດຂອງຜູ້ອົບພະຍົບ. 

ທ່ານ Donald Trump ໄດ້ທໍາການໂຈມຕີທີ່ຢ່າງບໍ່ມີຄວາມໝາຍຕໍ່ຄຸນຄ່າ ແລະ ປະຫວັດສາດຂອງພວກເຮົາໃນຖານະເປັນປະເທດຂອງຜູ້ອົບພະຍົບ. ມັນບໍ່ຖືກຕ້ອງ ແລະ ມັນຢຸດເຊົາເມື່ອທ່ານ Joe ໄດ້ເປັນປະທານາທິບໍດີ. ທ່ານ Joe ຈະລົບລ້າງ “ຄຳສັ່ງຫ້າມຊາວມຸດສະລິມ” ຂອງທ່ານ Trump ໃນມື້ໜຶ່ງ ແລະ ຫັນປ່ຽນນະໂຍບາຍການລີ້ໄພທີ່ກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ວິກິດການມະນຸດສະທຳ ຢູ່ຊາຍແດນຂອງພວກເຮົາ. ທ່ານ Joe ຈະເລີ່ມຕົ້ນເຮັດວຽກກັບລັດຖະສະພາໃນທັນທີເພື່ອຮັບຮອງເອົາການປະຕິຮູບ ກົດໝາຍຄົນເຂົ້າເມືອງທີ່ຫັນເປັນລະບົບຂອງພວກເຮົາໃຫ້ທັນສະໄໝ, ໂດຍມີບູລິມະສິດ ໃນການຮັກສາຄອບຄົວຢູ່ຮ່ວມກັນໂດຍສະໜອງແນວທາງໃຫ້ເປັນພົນລະເມືອງສຳ ລັບຄົນເຂົ້າເມືອງທີ່ບໍ່ມີເອກະສານຈຳນວນເກືອບ 11 ລ້ານຄົນ - ລວມທັງ 1.7 ລ້ານຄົນຈາກເອເຊຍ. 

ລາວຈະສະໜັບສະໜູນການເຂົ້າເມືອງຕາມຄອບຄົວ ແລະ ຮັກສາຄວາມເປັນເອກະພາບ ໃນຄອບຄົວເປັນຫຼັກຂອງລະບົບຄົນເຂົ້າເມືອງຂອງພວກເຮົາ, ເຊິ່ງລວມທັງ ການຫຼຸດຜ່ອນບັນຫາຄ້າງຄາຂອງວີຊາຄົວ. ລາວຈະເພີ່ມຈຳນວນວີຊາທີ່ສະເໜີສຳລັບການເຂົ້າເມືອງຖາວອນ, ການເຮັດວຽກ ໂດຍອີງໃສ່ສະພາບເສດຖະກິດມະຫາພາກ ແລະ ໄດ້ຮັບການຍົກເວັ້ນຈາກທຸກໆຄົນ ທີ່ຮຽນຈົບປະລິນຍາເອກຂອງໂຄງການປະລິນຍາເອກໃນສາຂາ STEM. ແລະ ລາວຈະສະໜັບສະໜູນການປະຕິຮູບລະບົບວີຊາຊົ່ວຄາວຄັ້ງທຳອິດສຳ ລັບແຮງງານທີ່ມີຄວາມຊຳນິຊຳນານ, ມີຄວາມຊຳນານງານພິເສດເພື່ອປົກປ້ອງຄ່າແຮງງານ, ຈາກນັ້ນຈະຂະຫຍາຍຈຳນວນວີຊາທີ່ສະເໜີໃຫ້ ແລະ ກຳຈັດຂີດຈຳກັດຂອງວີຊາ ທີ່ອີງໃສ່ການຈ້າງງານໂດຍປະເທດ. ລາວຈະຟື້ນຟູ ແລະ ປົກປ້ອງຂະບວນການປ່ຽນສັນຊາດສຳລັບຜູ້ຖືບັດຂຽວ. ແລະ ລາວຈະເພີ່ມຈຳນວນຊາວອົບພະຍົບທີ່ພວກເຮົາຍິນດີຕ້ອນຮັບເຂົ້າປະເທດນີ້ໂດຍ ກຳນົດເປົ້າໝາຍການຮັບເອົາຊາວອົບພະຍົບທົ່ວໂລກປະຈຳປີໃຫ້ເປັນຈຳນວນ 125,000 ຄົນ ແລະ ພະຍາຍາມຫາທາງເພີ່ມຂື້ນໃນແຕ່ລະໄລຍະຕາມຄວາມຮັບຜິດຊອບຂອງ ພວກເຮົາ, ຄຸນຄ່າຂອງພວກເຮົາ ແລະ ຄວາມຕ້ອງການທົ່ວໂລກແບບບໍ່ເຄີຍມີມາກ່ອນ.  ທ່ານຍັງຈະເຮັດວຽກກັບລັດຖະສະພາເພື່ອກຳນົດຈຳນວນຄົນເຂົ້າເມືອງຂັ້ນຕ່ຳ 95.000 ຄົນຕໍ່ປີ. ທ່ານ Joe ຈະກໍາຈັດຄວາມບໍ່ແນ່ນອນສຳລັບ Dreamers ໂດຍການຄືນສະຖານະ ໂຄງການ DACA ແລະ ສໍາຫຼວດທຸກທາງເລືອກທາງກົດໝາຍເພື່ອປົກປ້ອງຄອບຄົວ ຂອງພວກເຂົາຈາກການແບ່ງແຍກທີ່ບໍ່ເປັນທຳ. ໃນຖານະເປັນປະທານາທິບໍດີ, ທ່ານ Joe ຈະຢຸດຕິການໂຈມຕີບ່ອນເຮັດວຽກ ແລະ ປົກປ້ອງສະຖານທີ່ທີ່ມີຄວາມອ່ອນໄຫວອື່ນໆຈາກການດຳເນີນການຂອງເຈົ້າໜ້າທີ່ຄົນເຂົ້າ ເມືອງ. ບໍ່ມີໃຜຄວນຢ້ານກົວທີ່ຈະຊອກຫາຄວາມເອົາໃຈໃສ່ດ້ານການປິ່ນປົວ ຫຼື ການໄປໂຮງຮຽນ, ວຽກເຮັດງານທໍາ ຫຼື ສະຖານທີ່ນະມັດສະການຂອງພວກເຂົາເພາະຢ້ານການປະຕິບັດການ ຂອງເຈົ້າໜ້າທີ່ຕົນເຂົ້າເມືອງ. 

 

 

ການປະກອບທຸລະກິດ Spark ແລະ ການເຕີບໂຕຂອງທຸລະກິດຂະໜາດນ້ອຍໃນຊຸມຊົນ AAPI. 

ມີເກືອບສອງລ້ານທຸລະກິດທີ່ AAPI ເປັນເຈົ້າຂອງໃນທົ່ວສະຫະລັດ, ເຊິ່ງເປັນການຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ແລະ ເປີດໂອກາດໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ຫຼາຍໆທຸລະກິດເຫຼົ່ານີ້ມັກຈະຕໍ່ສູ້ກັບບັນຫາຕ່າງໆເຊັ່ນການເຂົ້າເຖິງ ແຫຼ່ງທຶນ ແລະ ອຸປະສັກດ້ານພາສາທີ່ສ້າງຄວາມຊັບຊ້ອນໃນການພັດທະນາ ທຸລະກິດຂະໜາດນ້ອຍສຳລັບຊຸມຊົນ AAPI. ໃນປີ 2010, ລັດຖະບານ Obama-Biden ໄດ້ລິເລີ່ມສ້າງສິນເຊື່ອທຸລະກິດຂະໜາດ ນ້ອຍຂອງລັດ (State Small Business Credit Initiative, SSBCI) ເພື່ອສະ ໜັບສະໜູນທຸລະກິດຂະໜາດນ້ອຍ. ໂຄງການດັ່ງກ່າວໂອນເງິນເຂົ້າໄປຍັງທຸລະກິດຂະໜາດນ້ອຍຂອງລັດເພື່ອລິເລີ່ມປ່ອຍເງິນກູ້, ເຊິ່ງສຸກຍູ້ເຮັດໃຫ້ $10 ຕື້ໂດລາມີເງິນກູ້ໃໝ່ສຳລັບແຕ່ລະ $1 ຕື້ໂດລາເຂົ້າໃນກອງທຶນ SSBCI. ທ່ານ Joe ຈະຂະຫຍາຍໂຄງການນີ້ໄປຈົນຮອດປີ 2025 ແລະ ເພີ່ມທຶນຊ່ວຍເຫລືອ ສອງເທົ່າຕົວຈາກລັດຖະບານກາງເຖິງ $3 ຕື້ໂດລາ, ເຊິ່ງເປັນການສຸກຍູ້ແກ່ ການລົງທືນຂອງພາກເອກະຊົນທີ່ມີມູນຄ່າເກືອບ $30 ຕື້ໂດລາຕໍ່ທຸລະກິດຂະໜາດ ນ້ອຍທີ່ທຸກຄົນຮັບຮູ້, ໂດຍສະເພາະແມ່ນຜູ້ທີ່ເປັນເຈົ້າຂອງໂດຍແມ່ຍິງ ແລະ ຄົນທີ່ມີສີຜິວ. ນອກນັ້ນທ່ານ Joe ຍັງຈະເພີ່ມງົບປະມານສໍາລັບງົບປະມານຂອງອົງການພັດທະນາ ທຸລະກິດຊົນເຜົ່າ. ແລະ ລາວຈະສ້າງໂຄງການຊ່ວຍເຫຼືອແບບແຂ່ງຂັນເພື່ອສະໜອງເງິນທຶນ $5 ຕື້ໂດລາ ໃຫ້ແກ່ລັດຕ່າງໆສຳລັບທຸລະກິດທີ່ເລີ່ມຕົ້ນໃໝ່ທີ່ຢູ່ນອກເມືອງໃຫຍ່ຂອງພວກເຮົາ.    

 

 

ກຳຈັດສິ່ງກີດຂວາງດ້ານພາສາສຳລັບຊຸມຊົນ AAPI. 

ອຸປະສັກດ້ານພາສາຕໍ່ການບໍລິການ ແລະ ຊັບພະຍາກອນທີ່ສຳຄັນສາມາດປ້ອງກັນຊາວ AAPI ຜູ້ທີ່ມີຂິດຈໍາກັດດ້ານພາສາອັງກິດຈາກການຮູ້ທ່າແຮງຂອງພວກເຂົາ ແລະ ຄວາມຝັນຂອງອາເມລິກາ. ທ່ານ Joe ຈະເສີມສ້າງວຽກງານຂອງລັດຖະບານ Obama-Biden, ເຊິ່ງຮັບປະກັນໃຫ້ ສະມາຊິກຂອງຊຸມຊົນ AAPI ຜູ້ທີ່ມີຂິດຈໍາກັດໃນຄວາມສາມາດດ້ານພາສາອັງກິດ ໄດ້ເຂົ້າເຖິງການດູແລສຸຂະພາບ ແລະ ການບໍລິການອື່ນໆຂອງລັດຖະບານ. ຍົກຕົວຢ່າງ, ລັດຖະບານໄດ້ຜະລິດວີດີໂອທີ່ເຜີຍແຜ່ເປັນພາສາຈີນ, ເກົາຫຼີ, ຫວຽດນາມ, ມຽນມາ, ມົ້ງ, ຂະແມ ແລະ ລາວ ເພື່ອຮັບປະກັນວ່າສະມາຊິກຂອງຊຸມຊົນເຫຼົ່ານັ້ນ ສາມາດໃຊ້ປະໂຫຍດຈາກການຄຸ້ມຄອງດູແລ ແລະ ການຄຸ້ມຄອງທີ່ເໝາະສົມ. ທ່ານ Joe ຈະຊີ້ນໍາອົງການຕ່າງໆຂອງລາວເພື່ອກໍານົດວິທີການຕ່າງໆເພື່ອເພີ່ມ ການເຂົ້າເຖິງໂຄງການຂອງລັດຖະບານກາງສຳລັບບຸກຄົນ ແລະ ຄອບຄົວ AAPI, ລວມທັງຜູ້ທີ່ມີຂີດຈຳກັດຄວາມສາມາດດ້ານພາສາອັງກິດ. ລາວຍັງຈະສ້າງສູນຊັບພະຍາກອນໃກ້ຄຽງ ຫຼື ສູນຕ້ອນຮັບເພື່ອຊ່ວຍເຫຼືອຊາວບ້ານທຸກຄົນ ຊອກຫາວຽກເຮັດງານທຳ; ເຂົ້າເຖິງການບໍລິການ ແລະ ໂອກາດໃນການຮຽນພາສາອັງກິດ; ແລະ ຮັບຮູ້ເຖິງລະບົບໂຮງຮຽນ, ລະບົບການຮັກສາສຸຂະພາບ ແລະ ລັກສະນະສຳ ຄັນອື່ນໆຂອງຊີວິດປະຈຳວັນ. ແລະ ລາວຈະຮັບປະກັນໃຫ້ທຸກໆໂຮງຮຽນລັດມີການສະໜັບສະໜູນການຮຽນ ພາສາອັງກິດຢ່າງມີປະສິດຕິພາບເພື່ອຊ່ວຍເດັກນ້ອຍທຸກຄົນໃຫ້ເຂົ້າເຖິງຄວາມສາມາດຂອງ ເຂົາເຈົ້າ.

 

 

ເພີ່ມທະວີສິດໃນການລົງຄະແນນສຽງ. 

ສຳລັບປະມານ 33 ເປີເຊັນຂອງ AAPI ທີ່ມີຂິດຈໍາກັດໃນຄວາມຮູ້ດ້ານພາສາອັງກິດ, ຄວາມຫຍຸ້ງຍາກໃນການເດີນຜ່ານການລົງຄະແນນສຽງຍັງເປັນອຸປະສັກສຳ ຄັນໃນການຮັບຮູ້ຄຸນຄ່າຂອງປະຊາທິປະໄຕຂອງພວກເຮົາຢ່າງເຕັມສ່ວນ. ສິ່ງກີດຂວາງນີ້, ພ້ອມກັບການກຳນົດກົດໝາຍວ່າດ້ວຍສິດທິໃນການລົງຄະແນນສຽງ (Voting Rights Act), ການເຂົ້າຮ່ວມຂອງຊຸມຊົນທີ່ມີສີຜິວຫຼຸດລົງຢ່າງຫຼວງຫຼາຍ, ລວມທັງຊຸມຊົນ AAPI, ໃນຂະບວນການປະຊາທິປະໄຕ. ທ່ານ Joe ຈະເສີມຂະຫຍາຍປະຊາທິປະໄຕຂອງພວກເຮົາໂດຍການຮັບປະກັນວ່າ ທຸກໆການລົງຄະແນນສຽງຂອງຊາວອາເມລິກາແມ່ນໄດ້ຮັບການປົກປ້ອງ. ລາວຈະເລີ່ມຕົ້ນໂດຍການຟື້ນຟູກົດໝາຍວ່າດ້ວຍສິດທິໃນການລົງຄະແນນສຽງ ແລະ ຫຼັງຈາກນັ້ນໃຫ້ແນ່ໃຈວ່າພະແນກຍຸຕິທຳທ້າທາຍກົດໝາຍຂອງລັດທີ່ສະກັດກັ້ນສິດ ໃນການລົງຄະແນນສຽງ. ລາວຈະສະໜັບສະໜູນການລົງທະບຽນຜູ້ມີສິດປ່ອນບັດແບບອັດຕະໂນມັດ, ການລົງທະບຽນຜູ້ລົງຄະແນນສຽງໃນມື້ດຽວກັນ ແລະ ຂັ້ນຕອນອື່ນໆເພື່ອເຮັດ ໃຫ້ການໃຊ້ສິດທິຂອງຜູ້ໜຶ່ງມີສິດເລືອກຕັ້ງງ່າຍຂຶ້ນ. ລາວຈະສະໜັບສະໜູນການຢຸດຕິການເດີນເຮືອ ແລະ ຈະປົກປ້ອງຫ້ອງປ່ອນບັດ ແລະ ໜ່ວຍປ່ອນບັດຈາກຜູ້ມີອຳນາດຕ່າງປະເທດທີ່ພະຍາຍາມທຳລາຍປະຊາທິປະໄຕຂອງພວກ ເຮົາ ແລະ ແຊກແຊງເຂົ້າໃນການເລືອກຕັ້ງຂອງພວກເຮົາ.

 

 

ແຍກຂໍ້ມູນເພື່ອບັນລຸການເປັນຕົວແທນທີ່ເທົ່າທຽມກັນ. 

ການລວບລວມຂໍ້ມູນກ່ຽວກັບຊຸມຊົນ AAPI ເຮັດໃຫ້ມີຄວາມແຕກແຍກ ກັບຄວາມຫຼາກຫຼາຍ ແລະ ຄວາມຕ້ອງການຂອງຊາວ AAPI. ລັດຖະບານ Obama-Biden ໄດ້ເຜີຍແຜ່ການປະຕິບັດທີ່ດີທີ່ສຸດສຳ ລັບການແຍກຂໍ້ມູນຂອງລັດຖະບານກາງກ່ຽວກັບຊາວ AAPI. ທ່ານ Joe ຈະເສີມສ້າງວຽກງານນີ້ ແລະ ຮັບປະກັນວ່າການບໍລິຫານຂອງລາວຮັບຮູ້ ແລະ ຮັບໃຊ້ສິ່ງທ້າທາຍຫລາຍໆດ້ານທີ່ປະຊາຊົນ AAPI ປະເຊີນຢູ່. 

 

 

ລົງທຶນໃສ່ຊຸມຊົນ AAPI ຂອງພວກເຮົາໂດຍຜ່ານທີ່ພັກອາໄສ. 

ໃນຖານະເປັນປະທານາທິບໍດີ, ທ່ານ Joe ຈະລົງທຶນ $640 ຕື້ໂດລາໃນໄລຍະ 10 ປີເພື່ອໃຫ້ທຸກຄົນໃນຊຸມຊົນ AAPI ສາມາດເຂົ້າເຖິງທີ່ພັກອາໄສທີ່ມີລາຄາຖືກ, ໝັ້ນຄົງ, ປອດໄພ ແລະ ສຸຂະພາບດີ, ສາມາດເຂົ້າເຖິງໄດ້, ມີປະສິດທິພາບດ້ານພະລັງງານ ແລະ ທົນທານ ແລະ ຕັ້ງຢູ່ໃກ້ກັບໂຮງຮຽນທີ່ດີ ແລະ ດ້ວຍການເດີນທາງທີ່ເໝາະສົມວຽກ. ລາວຈະຊ່ວຍຄອບຄົວ AAPI ຊື້ເຮືອນຫຼັງທໍາອິດຂອງພວກເຂົາ ແລະ ສ້າງຄວາມຮັ່ງມີໂດຍການສ້າງເຄຼດິດພາສີຄືນໃໝ່, ສ້າງເຄຼດິດພາສີລ່ວງໜ້າເຖິງ $15,000 ແລະ ສ້າງເຄດິດຄ່າເຊົ່າສຳລັບຜູ້ເຊົ່າໃໝ່ເພື່ອຊ່ວຍຄອບຄົວທີ່ມີລາຍໄດ້ຕ່ຳຫຼາຍ. ທ່ານ Joe ຈະສ້າງອົງການລາຍງານການປ່ອຍສິນເຊື່ອສາທາລະນະໃໝ່ພາຍໃນສຳ ນັກງານປົກປ້ອງການເງິນຂອງຜູ້ບໍລິໂພກເພື່ອສະໜອງທາງເລືອກຂອງລັດຖະບານທີ່ຕ້ອງ ການຫຼຸດຜ່ອນຄວາມບໍ່ສະເໝີພາບດ້ານເຊື້ອຊາດ, ຍົກຕົວຢ່າງໂດຍການຮັບປະກັນວ່າ ສູດການຄິດໄລ່ທີ່ໃຊ້ໃນການໃຫ້ຄະແນນສິນເຊື່ອບໍ່ມີຜົນກະທົບທີ່ຈຳແນກ ແລະ ໂດຍການຍອມຮັບທີ່ບໍ່ແມ່ນບັນດາແຫຼ່ງຂໍ້ມູນຕ່າງໆເຊັ່ນ: ປະຫວັດການເຊົ່າ ແລະ ໃບບິນຄ່າໄຟຟ້າເພື່ອສ້າງເຄຼດິດ. ລາວຈະຢຸດຕິການພັດດັນ ແລະ ການຈຳແນກອື່ນໆ ແລະ ການປະຕິບັດທີ່ບໍ່ຍຸດຕິທຳ ໃນຕະຫຼາດຊື້ຂາຍທີ່ຢູ່ອາໃສ, ລວມທັງໂດຍການອອກນິຕິກຳສຳລັບກົດໝາຍ ວ່າດ້ວຍເຈົ້າຂອງເຮືອນ ແລະ ຜູ້ເຊົ່າເຮືອນໃໝ່, ປົກປ້ອງຜູ້ເຊົ່າເຮືອນຈາກການຂັບໄລ່, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍກົດໝາຍວ່າດ້ວຍຊຸມຊົນຄືນໃໝ່ເພື່ອຮັບປະກັນວ່າ ທະນາຄານຂອງປະເທດເຮົາ ແລະ ທະນາຄານທີ່ບໍ່ແມ່ນຂອງປະເທດຊາດເຮົາໃຫ້ບໍລິການ ແກ່ຊຸມຊົນ AAPI ແລະ ຈັດຕັ້ງປະຕິບັດກົດລະບຽບທີ່ພັກອາໄສທີ່ເປັນທໍາຂອງການສືບຕໍ່ການຄ້າທີ່ຖືກຕ້ອງຕາມກົດໝາຍຂອງ Obama-Biden. ລາວຍັງຈະສ້າງກອງທຶນທີ່ພັກອາໄສທີ່ມີມູນຄ່າ $100 ຕື້ໂດລາເພື່ອກໍ່ສ້າງ ແລະ ຍົກລະດັບທີ່ພັກອາໄສທີ່ມີລາຄາຖືກ ແລະ ລົງທືນໃນການພັດທະນາຊຸມຊົນໂດຍການ ຂະຫຍາຍເງິນທຶນທີ່ມີຄວາມຍືດຍຸ່ນໃນການພັດທະນາຊຸມຊົນໂດຍການຊ່ວຍເຫຼືອລ້າ $10 ຕື້ໂດລາໃນສິບປີ.